[{{mminutes}}:{{sseconds}}] X
Пользователь приглашает вас присоединиться к открытой игре игре с друзьями .
Лингва: лаосский – 300
(0)       Используют 5 человек

Комментарии

Ни одного комментария.
Написать тут
Описание:
Тексты длиной 300-320.
Автор:
Велимира
Создан:
1 сентября 2020 в 16:27 (текущая версия от 3 сентября 2020 в 20:53)
Публичный:
Нет
Тип словаря:
Тексты
Цельные тексты, разделяемые пустой строкой (единственный текст на словарь также допускается).
Содержание:
1 ໂດຍປະກອບມີໂປຣແກຣມທີ່ຈື່ໜ້າຄົນໄດ້, ວີດິໂອ ແລະພາບທີ່ແຫວ່ນຕາສະ ຫລາດພວກນີ້ຈັບໄດ້ ສາມາດສົ່ງໄປໃຫ້ເຈົ້າໜ້າທີ່ ດ້ານການຮັກສາຄວາມສະ ຫງົບ ທີ່ບໍ່ຢູ່ໃນສະຖານທີ່ນັ້ນໃຫ້ວິໄຈຂໍ້ມູນໄດ້. ແນ່ນອນ, ມັນມີຄວາມເປັນຫ່ວງດ້ານຄວາມເປັນສ່ວນຕົວ ຢູ່ກັບທຸກອຸປະກອນທີ່ ມີກ້ອງຖ່າຍພາບ ຢູ່ໃນຕົວນັ້ນ, ຊຶ່ງເປັນເຫດຜົນອັນນຶ່ງ ທີ່ພວກລູກຄ້າປະຕິເສດ.
2 ເມື່ອມາເວົ້າເຖິງອຸປະກອນໃນດ້ານການຮັກສາຄວາມສະຫງົບປອດໄພຢູ່ເຮືອນແລ້ວ, ກະດິງປະຕູໜ້າບ້ານທີ່ມີວີດິໂອແມ່ນໄດ້ຮັບຄວາມສົນໃຈຢ່າງຫລວງຫລາຍ. ມັນເຮັດໃຫ້ເຈົ້າຂອງເຮືອນສາມາດມອງເຫັນໄດ້ວ່າແມ່ນໃຜ ຫລື ແມ່ນຫຍັງ ຢູ່ໜ້າປະຕູເຮືອນນັ້ນ ແລະ ກໍບັນທຶກໄວ້ໃນວີດິໂອ. ນອກຈາກມີມະ ນຸດ ມາປາກົດຢູ່ໜ້າປະຕູແລ້ວ ສິ່ງທີ່ກ້ອງວີດິໂອຖ່າຍເອົາຢູ່ຂ້າງນອກປະຕູນັ້ນ.
3 ອົງການນາຊາ ສືບຕໍ່ສ້າງຂີດໝາຍອັນສໍາຄັນໄດ້ຫລາຍກວ່ານຶ່ງອາທິດມາແລ້ວ ພາຍຫລັງທີ່ໄດ້ສົ່ງຍານອະວະກາດທີ່ມີຄົນຂັບ ຂຶ້ນໄປຈາກເທິງໜ້າດິນຂອງສະ ຫະລັດເປັນຄັ້ງທໍາອິດ ໃນຮອບເກືອບຮອດນຶ່ງທົດສະວັດຜ່ານມານີ້. ນັກບິນອະວະກາດຄົນນຶ່ງໄດ້ໄປຢ້ຽມຊົມ ເບິ່ງຄວາມເລິກຂອງພື້ນມະຫາສະໝຸດຢ່າງເປັນປະຫວັດການ ໃນຂະນະທີ່ອົງການອະວະກາດໄດ້ເປີດເຜີຍບຸກຄົນ ທີ່ຈະເອົາໄປ.
4 ນອກເໜືອຈາກການສັ່ງໃຫ້ປິດທຸລະກິດບໍລິການຕ່າງໆແລ້ວ ບໍລິສັດບ່ອນທີ່ທ່ານພຸດທະວົງ ເຮັດວຽກຢູ່ນັ້ນ ກໍໄດ້ສັ່ງໃຫ້ພະນັກງານທັງໝົດພັກການ ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາຈົນເຖິງປັດຈຸບັນ ແຕ່ທ່ານພຸດທະວົງ ກໍໄດ້ຮັບເງິນເດືອນ ຊຶ່ງເປັນການຊ່ອຍເຫຼືອຈາກລັດຖະບານແລະບໍລິສັດຂອງທ່ານ ດັ່ງທີ່ທ່ານໄດ້ອະທິບາຍໃຫ້ວີໂອເອພາກພາສາລາວຟັງຕໍ່ໄປນີ້.
5 ນັບແຕ່ໄດ້ມີກອງປະຊຸມສຸດຍອດເລີ້ມຂຶ້ນ ເກົາຫຼີເໜືອແມ່ນໄດ້ລະເວັ້ນຈາກການຍິງລູກສອນໄຟຂະໜາດໃຫຍ່ ຫຼືການທົດລອງອາວຸດນິວເຄລຍ. ແຕ່ນັບເປັນເວລາຫຼາຍເດືອນມາແລ້ວ ເກົາຫຼີເໜືອໄດ້ປະຕິເສດບໍ່ຍອມເຂົ້າຮ່ວມການເຈລະຈາ. ປະທານາທິບໍດີທຣຳຢືນຢັດວ່າ ສະພາບການບໍ່ໄປບໍ່ມາຈະແຕກຫັກລົງ ເວລາໃດທີ່ທ່ານຖືກເລືອກເຂົ້າຮັບຕຳແໜ່ງຕື່ມອີກ. ແຕ່ທ່ານທຣຳແມ່ນມີທ່າທາງວ່າ.
6 ພັນລະຍາຂອງທ່ານອາເລັກເຊ ນາວາລນີ ຜູ້ກຳລັງປິ່ນປົວທີ່ສົງໄສວ່າຖືກວາງ ຢາພິດກຳລັງນອນຢູ່ໂຮງໝໍເບີລີນ ໄດ້ຢ້ຽມຢາມສາມີຂອງຍານາງໃນວັນອາທິດ ວານນີ້ ອີງຕາມອົງການຂ່າວເອພີ. ຍານາງຈູເລຍ ນາວາລຍານາ ແລະຜູ້ຊ່ວຍຄົນນຶ່ງບໍ່ໄດ້ກ່າວຫຍັງຕໍ່ບັນດານັກ ຂ່າວ ໃນຂະນະທີ່ເຂົາເຈົ້າເຂົ້າໄປໂຮງໝໍຊາຣີເຕ ໃນນະຄອນຫຼວງເຢຍຣະມັນ ເພື່ອເບິ່ງທ່ານນາວາລນີ.
7 ທ່ານກຳລັງຢູ່ໃນສະພາບທີ່ບໍ່ຮູ້ສຶກໂຕ ແລະຫາຍໃຈ ດ້ວຍເຄື່ອງຈັກຊ່ວຍຫາຍໃຈ. ທ່່ານນາວາລນີ ຜູ້ທີ່ໄດ້ປິນໄປນະຄອນຫຼວງມົສກູ ຈາກໄຊບີເຣຍ ໃນວັນພະຫັດ ທີ່ຜ່ານມາ ໄດ້ເກີດບໍ່ສະບາຍລະຫວ່າງການບິນເຮັດໃຫ້ເຮືອບິນຕ້ອງລົງຈອດສຸກ ເສີນຢູ່ເດີ່ນເຮືອບິນເມືອງອອມສ໌ ໃນໄຊບີເຣຍ. ຜູ້ຊ່ວຍຂອງທ່ານກ່າວວ່າ ທ່ານ ໄດ້ດື່ມຊາດຳ ຢູ່ຮ້ານກາເຟທີ່ເດີ່ນເຮືອບິນ.
8 ສ່ວນພວກສົ່ງອອກເຫຼົ້າແວັງ ໄດ້ຖືກກ່າວຫາວ່າ ຕັດລາຄາຂອງພວກເຂົາເຈົ້າລົງ ແລະຮັບເອົາສ່ວນແບ່ງຂອງຕະຫຼາດ ຈາກບັນດາບໍລິສັດ ໃນທ້ອງຖິ່ນຂອງຈີນ. ການກວດສອບກ່ຽວກັບການທຸ້ມສິນຄ້າລົງສູ່ຕະຫຼາດ ໄດ້ຖືກຂໍຮ້ອງໂດຍສະມາຄົມເຄື່ອງດື່ມເຫຼົ້າຂອງຈີນ. ການກວດສອບນີ້ ຈະພິຈາລະນາເບິ່ງວ່າ ພວກບໍລິສັດຂອງອອສເຕຣເລຍ ໄດ້ຮັບເງິນອຸດໜຸນຊ່ອຍເຫຼືອຈາກລັດຖະບານ ຫຼືບໍ່.
9 ທ່ານອັບບາ ອະທິບາຍວ່າ ສິ່ງທີ່ໄດ້ເກີດຂຶ້ນຢູ່ເມືອງກູເຣ ຈະເຮັດໃຫ້ກຳລັງຮັກສາຄວາມສະຫງົບເພັ່ງເລັງໃສ່ ການອະພິບາຍທາງດ້ານການເມືອງຢູ່ປະເທດນິແຊຣ໌ ຽວກັບການປະຕິບັດງານຂອງປະທານາທິບໍດີອິສຊູຟູ ແລະຄຸນຄ່າຂອງກຳລັງທະຫານຕ່າງປະເທດໃນດິນແດນຂອງນິແຊຣ໌. ທ່ານໄດ້ກ່າວເຖິງປະເທດຝຣັ່ງ ສະຫະລັດ ແລະແມ່ນກະທັງ ເຢຍຣະມັນ ທີ່ກຳລັງປະຈຳ ການຢູ່ໃນປະເທດນິແຊຣ໌.
10 ການປະທ້ວງໄດ້ຖືກຈັດຂຶ້ນຢູ່ຫົວເມືອງແຫ່ງອື່ນຂອງເບລາຣຸສ ປະກອບດ້ວຍ ໂກເມລ ໂກຣດໂນ ວີເທັບສຄ໌ ແລະເບຣສຕ໌ ບ່ອນທີ່ມີລາຍງານວ່າ ແກັສນ້ຳຕາໄດ້ຖືກນຳໃຊ້. ມັນບໍ່ເປັນຈະແຈ້ງວ່າ ມີພວກປະທ້ວງຈັກຄົນທີ່ໄດ້ຖືກຈັບກຸມ ແຕ່ ທ່ານ ອາເລສ ບີລີອາສກີ ຂອງກຸ່ມຕໍ່ສູ້ເພື່ອສິດທິມະນຸດ ເວຍສນາ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ ທ່ານເຊື່ອວ່າ ມີຫຼາຍຮ້ອຍຄົນໄດ້ຖືກຈັບກຸມ.
11 ບໍ່ມີລາຍງານໃນທັນທີ ກ່ຽວກັບການບາດເຈັບໃດໆ ຈາກພວກປະທ້ວງ. ພວກຜູ້ເຫັນເຫດການຈຳນວນນຶ່ງ ໄດ້ກ່າວວ່າ ພວກເຂົາເຈົ້າເຫັນຕຳຫຼວງບາງສ່ວນ ໄດ້ວາງໂລ້ກຳບັງຂອງພວກເຂົາເຈົ້າລົງພື້ນ ແລະປະຕິເສດທີ່ຈະຕອບໂຕ້ຕໍ່ພວກເດີນຂະບວນປະທ້ວງທັງຫຼາຍ. ທ່ານລູກາເຊັງໂກ ໄດ້ກ່າວເມື່ອຕອນເຊົ້າວັນອາທິດວານນີ້ວ່າ ທ່ານຈະບໍ່ຍິນຍອມຕໍ່ພວກປະທ້ວງ ແລະທ່ານໄດ້ເຕືອນວ່າ.
12 ເງິນດັ່ງກ່າວຈະບໍ່ກ່ຽວຂ້ອງກັບການປະຕິຮູບການເມືອງຫຼື ສະຖາບັນ, ອີງຕາມ ການກ່າວຂອງຫ້ອງ ການທ່ານ ມາກຣົງ. ແຕ່ແນວໃດກໍຕາມ, ຄຳສັນຍາດັ່ງກ່າວ ຍັງໄດ້ມີຂຶ້ນເພື່ອການສະໜັບສະໜູນໄລຍະຍາວ ທີ່ຈະອາໄສຕໍ່ການປ່ຽນແປງ ຕ່າງໆເຊິ່ງຖືກນຳມາໂດຍອຳນາດການປົກຄອງ,​ ອີງຕາມທຳນຽບ ເອລີເຊ. ບັນດາມະຫາອຳນາດໂລກໄດ້ຢືນຢັດ ກ່ຽວກັບ ຄວາມໂປ່ງໃສໃນວິທີການໃຊ້.
13 ນີ້ແມ່ນທ້າວ ໄມເກິລ ທາເບັດ, ຜູ້ອາໄສຢູ່ນະຄອນຫຼວງ ໄຄໂຣ. ລາວເວົ້າວ່າ ການໂຕ້ຖຽງກັນໃນສັງຄົມ ອອນໄລນ໌ແມ່ນກຳລັງເຕີມເຊື້ອໄຟໃຫ້ຄວາມເຄັ່ງຕຶງທີ່ກຳລັງເພີ່ມຂຶ້ນຢູ່ ກ່ຽວກັບ ສະຖານະ ການດັ່ງກ່າວ. ບັນດານັກວິຈານຂອງ ອີຈິບ ເວົ້າວ່າປະເທດດັ່ງກ່າວໄດ້ໃຊ້ອຳນາດຂອງເຂົາເຈົ້າ ເພື່ອຄຸກຄາມເພື່ອບ້ານຂອງເຂົາເຈົ້າມາດົນນານ ແລະ ການຄວບຄຸມແມ່ນໍ້າໄນລ໌.
14 ໃນຕອນເຊົ້າຂອງວັນພະຫັດວານນີ້ ຊາວເມືອງເບຣຸດໄດ້ພາກັນສະແດງຄວາມ ໂກດ ແຄ້ນຕໍ່ລັດຖະບານ ລະຫວ່າງການຢ້ຽມຢາມຂອງປະທານາທິບໍດີຝຣັ່ງ ທ່ານເອມມາ ນູຍແອລ ມາກຣົງ. ທ່ານມາກຣົງ ເປັນຜູ້ນຳຕ່າງປະເທດຄົນທຳອິດທີ່ຢ້ຽມຢາມເລບານອນ ຫຼັງຈາກລະເບີດ ແຕກຄັ້ງໃຫຍ່ຂອງວັນອັງຄານທີ່ຜ່ານມາ ຢູ່ທ່າເຮືອເບຣຸດທີ່ເຮັດໃຫ້ ສ່ວນໃຫຍ່ຂອງ ຕຶກເມືອງເພພັງ ລົດລາຖືກເຜົໄໝ້.
15 ບັນດາຜູ້ຊ່ຽວຊານດ້ານການແພດກ່າວວ່າ ພວກຊາວໜຸ່ມບໍ່ຄ່ອຍຈະມັກ ໃສ່ໜ້າກາກ ແລະຮັກສາການຢູ່ຫ່າງກັນ. ເຂົາເຈົ້າ ຂ້ອນຂ້າງວ່າຈະໄປເຮັດ ວຽກເຮັດການຂອງເຂົາ ເຈົ້າ, ໄປຫາດຊາຍ, ໄປບາ ຫຼືໄປຊອບປິ້ງ. ສະຫະລັດ ຝຣັ່ງ ເຢຍຣະມັນ ສະເປນ ແລະຍີ່ປຸ່ນ ຮວມຢູ່ໃນບັນດາປະເທດ ທີ່ລາຍ ງານວ່າມີການເພີ້ມຂຶ້ນທີ່ສູງທີ່ສຸດໃນເລື້ອງການຕິດພະຍາດໃນກຸ່ມພວກ ຊາວໜຸ່ມ.
16 ໃນຄຳສັ່ງທີ່ນຳອອກເຜີຍແຜ່ໃນອາທິດແລ້ວນີ້ ທ່ານສີ ໄດ້ຮຽກຮ້ອງໃຫ້ປະເທດ ຈົ່ງລະ ມັດລະວັງກ່ຽວກັບຄວາມສ່ຽງໃນດ້ານຄວາມປອດໄພຂອງອາຫານ ແລະໄດ້ເນັ້ນໜັກ ເຖິງບັນຫາທ້າທາຍ ທີ່ປະເທດຊາດ ພວມປະເຊີນໜ້າ ໃນຂະນະທີ່ ລະບາດໄວຣັສ ໂຄໂຣນາ ສ້າງຄວາມເປັນຫ່ວງກ່ຽວກັບການສະໜອງສະບຽງອາ ຫານທີ່ມີໜ້ອຍລົງ ແລະລາຄາສູງຂຶ້ນ. ບັນດານັກວິເຄາະຜູ້ທີ່ກ່າວຕໍ່ ວີໂອເອ.
17 ປະເທດນີ້ ຂາດພື້ນຖານໂຄງລາງທີ່ພຽງພໍ ແລະໄດ້ປະສົບກັບການຕັດໄມ້ທຳ ລາຍປ່າຢ່າງແຜ່ຫຼາຍ ຊຶ່ງເປັນຜົນໃນສ່ວນນຶ່ງ ມາຈາກພວກປະຊາຊົນຕັດຕົ້ນ ໄມ້ເພື່ອນຳມາໃຊ້ເປັນພະລັງງານ ຫຼື ຟືນ ຫຼືບຸກເບີກພື້ນທີ່ສຳລັບການປູກຝັງ. ໄພນ້ຳຖ້ວມໄດ້ມີຂຶ້ນ ໃນຂະນະທີ່ເກົາຫຼີເໜືອ ພະຍາຍາມທີ່ຈະປ້ອງກັນການລະລາດຂອງໄວຣັສໂຄໂຣນາ. ເມື່ອເດືອນແລ້ວນີ້ ເກົາຫຼີເໜືອ ໄດ້ປິດເມືອງ.
18 ຫົວຂໍ້ຂ່າວສຳຄັນຢູ່ໃນສະຫະລັດໃນປັດຈຸບັນນີ້ ແມ່ນຮວມທັງໄຟໄໝ້ປ່າຄັ້ງ ປະຫວັດສາດຢູ່ທີ່ລັດຄາລີຟໍເນຍ ຊຶ່ງເປັນລັດໃຫຍ່ອັນດັບສາມ ຂອງສະຫະລັດ ຮອງຈາກລັດອາລາສກາ ແລະເທັກຊັສ. ລັດຄາລີຟໍເນຍຕັ້ງຢູ່ທາງພາກຕາເວັນ ຕົກສຸດ ຕິດແຄມມະຫາສະໝຸດປາຊິຟິກ. ລັດຄາລີຟໍເນຍ ມີດິນຟ້າອາກາດອົບ ອຸ່ນແລະແຫ້ງແລ້ງ. ເພາະສະນັ້ນໃນແຕ່ລະປີ ຈະເກີດໄພໄໝ້ປ່າ ຈາກຄວາມ.
19 ໃນລາຍການຊຸມຊົນຊາວໃນທະວີບ ອາເມຣິກາ ສຳລັບແລງວັນອາທິດມື້ນີ້ເຮົາຈະພາທ່ານໄປພົບກັບທ່ານ ສີຈັນ ຄໍາພາວົງ, ອົບພະຍົບທີ່ໄດ້ຍ້າຍມາຕັ້ງຖິ່ນຖານຢູ່ໃນ ສະຫະລັດ ແລະໄດ້ເປັນນຶ່ງ ໃນນັກທຸລະກິດລາວ ທີ່ໃຫຍ່ໃນລັດ ໄອໂອວາ, ພວກເຮົາໄດ້ລົມກັບທ່ານ ກ່ຽວກັບຊີວິດການເປັນຢູ່ໃນຊຸມຊົນ ທີ່ເພິ່ນອາໄສຢູ່, ເຊິ່ງ ພຸດທະສອນ ຈະນຳເອົາການສຳພາດມາສະເໜີທ່ານ.
20 ເອົາລົດໄປເລາະໄປທົວໄປຫຼິ້ນບໍ່ໄດ້ເຮັດການແຕ່ກ່ອນຫັ້ນ. ກະເລີຍວ່າມັນມີຄວາມຈຳເປັນບາງເລື່ອງ ທີ່ວ່າເຮົາຕ້ອງໄດ້ມາຢູ່ເມືອງນ້ອຍຫັ້ນນະ. ຄືສະພາບສິ່ງແວດລ້ອມກັບຄອບຄົວ. ຄືລຳພັງຕົວເຮົາເອງເຮົາກໍສາມາດໄປໄດ້ເຮັດຫຍັງກະພໍລອດ ແຕ່ວ່າຄົນຢູ່ເບື້ອງຫຼັງເຮົາຫັ້ນນະມັນອັນຕະລາຍ. ມັນເລື່ອງພາສາ ເລື່ອງກົດໝາຍ ຫຼາຍໆເລື່ອງຫັ້ນນະ ທີ່ວ່າເຈົ້າບໍ່ທັນເກັ່ງ.
21 ນອນໂຮງໝໍທາງສະມາຄົມລາວກະມີຄະນະກຳມະການໄປຢ້ຽມຢາມ, ຕ້ອງການຄວາມຊ່ວຍເຫຼືອຫຍັງ, ເຈົ້າຢາກໄດ້ພາສາບໍ່, ຖ້າ ເຈົ້າຕ້ອງການອັນໃດສິ່ງໃດສິ່ງນຶ່ງບໍ ເຮົາກະຄອຍຖ້າ ຮັບໃຊ້ເຂົາເຈົ້າ. ເຮົາກໍມີເງິນສົງເຄາະຊ່ວຍ ເຫຼືອເຂົາເຈົ້າເລັກໆນ້ອຍໆ. ຜູ້ທີ່ຕາຍເຮົາກໍໄປຈັດພິທີສົ່ງສະ ການໃຫ້, ທຸກຢ່າງສິ່ງທີ່ເຈົ້າຕ້ອງການທາງສະມາຄົມຊິໃຫ້ເຂົາເຈົ້າໄດ້ໝົດ.
22 ໃນທີ່ສຸດຄອບຄົວຂອງທ່ານນາງບົວສອນໄດ້ຕັ້ງຖິ່ນຖານຢູ່ໃນເມືອງນ້ອຍແອັສກອນດີໂດ ຕັ້ງຢູ່ໃນຂົງເຂດເມືອງໃຫຍ່ຂອງແຊນດີເອໂກ ລັດຄາລີຟໍເນຍ ຈົນມາເຖິງປັດຈຸບັນນີ້. ຕະຫຼອດໄລຍະການດຳລົງຊີວິດຢູ່ໃນເມືອງແອັສກອນດີໂດນັ້ນ ທ່ານນາງບົວສອນ ກ່າວວ່າ ໂດຍສ່ວນໃຫຍ່ແລ້ວ ເພິ່ນເປັນແມ່ບ້ານແມ່ເຮືອນເບິ່ງແຍງລູກເຕົ້າພ້ອມດ້ວຍລູກຫຼານ ສ່ວນສາມີຂອງເພິ່ນນັ້ນ.
23 ເພາະສະນັ້ນເຂົາເຂົ້າ ຕ້ອງໄດ້ໃຈ້ແຍກວ່າບຸລິມະສິດທຳອິດນັ້ນແມ່ນ ການເຮັດວຽກຫາເງິນລ້ຽງຄອບຄົວ ຫຼືສົ່ງ ເສີມດ້ານການສຶກສາກ່ອນ. ເພາະສະນັ້ນຍັງມີຄອບຄົບລາວຫຼາຍໆຄົນທີ່ຍັງບໍ່ສາມາດ ປັບປຸງຕົນເອງ ເຂົ້າໃຈ ດ້ານພາສາ ແລະລະບົບການດຳລົງຊີວິດຕ່າງໆ. ເວລານີ້ ທ່ານ ຈິມມີ ໄດ້ຖືກຂໍ ຮ້ອງຈາກສະມາຊິກສັງຄົມລາວ ຊ່ວຍແປພາສາ ແລະປະກອບຟອມຕ່າງໆ.
24 ໃນປະມານສອງທົດສະວັດມານີ້ ເມື່ອຄົນລາວ ຊຶ່ງລວມທັງຊົນເຜົ່າໄທ ດໍາໄດ້ຕັ້ງຖິ່ນຖານອັນຖາວອນລັດໄອ ໂອວາ, ຮູ້ພາສາອັງກິດດີ ແລະ ຈໍານວນນຶ່ງກໍ ໄດ້ຮັບການສຶກສາສູງຂຶ້ນ ກໍໄດ້ມີອາຊີບໃນຫລາກຫລາຍສາຂາຂຶ້ນ ເຊັ່ນເຮັດ ວຽກໃນໂຮງໝໍ, ໃນຮ້ານອາຫານ ແລະອື່ນໆ. ສ່ວນຜູ້ໜຸ່ມນ້ອຍນັ້ນ ກໍຍິ່ງໄດ້ມີໂອ ກາດທໍາມາຫາກິນໃນສະຫະລັດຫລາຍຂຶ້ນ ແລະກໍມີຜົນສໍາເລັດ.
25 ຊາວອົບພະຍົບ ລາວ ທີ່ໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນ ສະຫະລັດ ເມື່ອສາມສີ່ ທົດສະວັດກ່ອນນັ້ນ ເຂົາເຈົ້າບໍ່ລື້ງເຄີຍກັບພູມີພາກໂດຍສະເພາະດ້ານ ພາສາ ແລະຄວາມ ຊຳນານດ້ານວຽກງານ. ເພາະສະນັ້ນເຂົາເຈົ້າ ຕ້ອງໄດ້ພະ ຈົນໄພເຮັດວຽກທຸກໆຢ່າງ ແລະ ສ່ຽງໂຊກໄປຕາມລັດຕ່າງໆເພື່ອຕັ້ງຖິ່ນຖານ ນຳພາຄອບຄົວໃຫ້ຢູ່ດີມີສຸກ. ຫຼາຍຄົນໄດ້ປະ ສົບຜົນສຳເລັດ.
26 ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາ ມາສະເໜີທ່ານ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ ຄົນລາວອາເມຣິກັນທ່ານນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ນະຄອນແອັດແລນຕາ ລັດຈໍເຈຍ. ໄພສານມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.
27 ບັດນີ້ ມັນບໍ່ເໝືອນກັບການເດີນຢູ່ເຂດໜ້າບ້ານຂອງຍາເອື້ອຍ ໃນຊ່ວງ ທ້າຍເດືອນພຶດສະພາຫາກາງເດືອນມິຖຸນາຜ່ານມານັ້ນ. ມັນໄດ້ກັບກາຍ ມາເປັນການ ປະທ້ວງທີ່ມີຄວາມຮຸນແຮງຂຶ້ນຊຶ່ງບາງຄັ້ງພວກປະທ້ວງກໍມີປືນ ແລະ ກໍມີການຈູດເຜົາເຮືອນຊານທີ່ຮ້າງໃນເຂດເໜືອຂອງເມືອງ ຊຶ່ງເປັນເຂດທີ່ມີຊາວ ອາເມຣິກັນ ເຊື້ອສາຍອາຟຣິກາຢູ່ສ່ວນໃຫຍ່ນັ້ນ ເພື່ອສະແດງຄວາມໂກດແຄ້ນ.
28 ແຕ່ຢ່າງໃດກໍຕາມຍາເອື້ອຍບອກອີກວ່າ ການປະທ້ວງທີ່ເກີດຂຶ້ນໃນເມື່ອກ່ອນ ທີ່ ຜູ້ຄົນພາກັນຍ່າງເລາະຕາມໜ້າບ້ານຂອງຍາເອື້ອຍໃນທຸກໆແລງນັ້ນ ກໍບໍ່ໄດ້ມີ ການທໍາລາຍຮ້ານຄ້າ ຫລືຈູດເຜົາບ້ານເຮືອນ ແລະກໍໂຊກດີທີ່ ບັນດາຮ້ານຄ້າຫລື ທຸລະກິດຂອງຄົນລາວກໍບໍ່ໄດ້ຖືກທໍາລາຍແຕ່ຢ່າງໃດ. ກົງກັນຂ້າມ ບັນດາຮ້ານຂາຍເຄື່ອງທົ່ວໄປ ແລະອາຫານຂອງຄົນລາວ ບາງແຫ່ງ.
29 ທຸກຄົນທີ່ຍົກຍ້າຍຖິ່ນຖານຈາກບ້ານເກີດເມືອງນອນຂອງຕົນໄປຢູ່ບ່ອນ ອື່ນ ຫລືໄປຢູ່ປະເທດອື່ນ ລ້ວນແຕ່ເປັນການຕັດສິນໃຈ ອັນຫຍິ່ງໃຫຍ່ໃນຊີວິດໂດຍມີຄວາມຫວັງວ່າ ຈະໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ຫລືປອດໄພກວ່າເກົ່າ. ໃນລາຍການຊຸມຊົນລາວ ຢູ່ທະວີບອາເມຣິກາ ຂອງວີໂອເອພາກພາກສາລາວ ມື້ນີ້ ພວກເຮົາຈະນໍາເອົາການສໍາພາດກັບຍາເອື້ອຍອາລີສ ຫລືສຸກັນ ແສງມະນີວົງ.
30 ມີບາງຄົນກໍເປັນອາຈານສອນວິຊາ ຕ່າງໆ ແລະເປັນທີ່ປຶກສາຂອງນັກສຶກສາ ເຊື້ອສາຍເອເຊຍຕາເວັນອອກສຽງໃຕ້ ໃນມະ ຫາວິທະຍາໄລລັດວິສຄອນຊິນຕັ້ງຢູ່ເມືອງມີລວອກກີ ຊຶ່ງເປັນມະຫາວິ ທະຍາໄລ ໃຫຍ່ທີ່ສຸດໃນເມືອງດັ່ງກ່າວ. ຍັງມີຄົນລາວຈໍານວນບໍ່ໜ້ອຍທີ່ເປັນເຈົ້າຂອງທຸລະ ກິດຮ້ານຂາຍເຄື່ອງເອເຊຍ, ຮ້ານຂາຍສິ້ນ ແລະຜ້າໄໝລາວ, ຮ້ານອາຫານລາວ ຕະຫລອດຮອດຮ້ານຂາຍຄໍາກໍມີ.
31 ເມື່ອຖາມເຖິງວັດລາວນັ້ນ ຍາເອື້ອຍສຸກັນບອກວ່າ ມີຢູ່ສາມວັດ ແລະກໍມີຄົນລາວ ຈໍານວນນຶ່ງແມ່ນນັບຖືສາສະໜາກາໂຕລິກ ແລະຄຣິສຕຽນນິກາຍອື່ນ ສະນັ້ນ ໃນເມືອງນີ້ ກໍມີໂບດກາໂຕລິກໃຫຍ່ສໍາລັບຄົນລາວ ແລະເຊື້ອສາຍເອເຊຍຕາເວັນ ອອກສຽງໃຕ້ແຫ່ງນຶ່ງ ທີ່ບໍລິຫານໂດຍຄຸນແມ່ອາລີສ ຊຶ່ງມາຈາກ ເມືອງທ່າແຂກ ຊຶ່ງຍາເອື້ອຍບອກວ່າ ໄດ້ໃຫ້ຄວາມຊ່ວຍເຫລືອແກ່ຄົນ.

Связаться
Выделить
Выделите фрагменты страницы, относящиеся к вашему сообщению
Скрыть сведения
Скрыть всю личную информацию
Отмена